ຄົມ ແມ່ນມີດ, ພ້າ, ງ້າວ, ດາບ… ທີ່ເຂົ້າ, ສ່ວນຝັກ ແມ່ນສິ່ງທີ່ຊົບ ຫຼື ຝັກໃສ່ພ້າ. ໝາຍເຖິງສິ່ງທີ່ກ່າວມານັ້ນ ມີຄົມ ແລະ ເຂົ້າດີ, …
ຄຳໂຕງໂຕຍ
-
-
-
ກະໂຊ້ແມ່ນເຄື່ອງໃຊ້ຂອງຊາວນາຊະນິດໜຶ່ງ ທີ່ສານດ້ວຍໄມ້ປ່ອງ ໃຊ້ສຳລັບສະນ້ຳໃນນາ. ຖ້າກົ້ນກະໂຊ້ຮົ່ວ ນ້ຳກໍຈະໄຫຼອອກໝົດ. ເຊິ່ງປຽບຄືກັບຄົນ ທີ່ໃຊ້ຈ່າຍຟຸ້ມເຟືອຍ, ບໍ່ຮູ້ຈັກເກັບຫອມຮອມຮິບ ກໍຈະບໍ່ມີເງິນພຽງພໍໃນການໃຊ້ຈ່າຍ, ເຫັນຫຍັງກໍຊື້ທັງໝົດ, ບໍ່ຄິດເຫັນອະນາຄົດພາຍໜ້າ ວ່າຕົນເອງຈະກິນຫຍັງ, ຖ້າຫາກໃຊ້ຈ່າຍໝົດ. (ທອງມີ, …
-
ເຂັມແມ່ນອຸປະກອນນ້ອຍໆທີ່ໃຊ້ຫຍິບ, ຖ້າຫາກມັນຕົກລົງໄປໃນແມ່ນ້ຳໃຫຍ່ ໂດຍສະເພາະແມ່ນທະເລ ທີ່ມີຂອບເຂດກວ້າງຂວາງ ບວກກັບ ເຂັມທີ່ນ້ອຍທີ່ສຸດ, ມັນກໍເປັນການຍາກ ທີ່ຈະຫາເຫັນໄດ້. ຄຳໂຕງໂຕຍນີ້ ມີຄວາມໝາຍວ່າ ຄົນເຮົາຈະຄົ້ນຫາສິ່ງໃດໜຶ່ງ ທີ່ຢູ່ໃນວົງກວ້າງໆ ໂດຍບໍ່ມີຂອບເຂດ, ມັນເປັນເລື່ອງຍາກ …
-
ຄຳໂຕງໂຕຍນີ້ ປຽບໃສ່ເຊືອກທີ່ເອົາມາ ຜູກໃສ່ຄັນເບັດ, ຖ້າຫາກຄັນສັ້ນຫຼາຍ ກໍຈະບໍ່ພໍດີກັບ ຄັນ ຫຼື ຖ້າເຊືອກແຂງຫຼາຍ ກໍຈະເຮັດໃຫ້ມັນບໍ່ໄປໄກໄດ້ ແລະ ໃນເວລາເອົາໄປຕຶກເບັດ ຈະຢູ່ໃກ້ໂຕ, ປາກໍຈະບໍ່ກ້າມາກິນເຫຍື່ອ. ປຽບເໝືອນຄວາມລະມັດລະວັງ …
-
ທັ່ງເປັນເຫຼັກແຂງແກ່ນເປັນແທ່ງ ມີທັງແທ່ງນ້ອຍແທ່ງໃຫຍ່ ແລ້ວແຕ່ການນຳໃຊ້ ເຊິ່ງເພີ່ນໃຊ້ທັ່ງ ຕີລົງໃນແກ່ນກາງ ຂອງທ່ອນໄມ້ ໃຫ້ເປັນໜ້າຮາບພຽງ ເພື່ອໃຊ້ຮອງຕີມີດຕີພາ ເພີ່ນເອີ້ນວ່າ ເຫຼັກຄ້ອນທັ່ງ. ການທີ່ຈະເອົາ ທັ່ງມາຝົນໃຫ້ເປັນເຂັມນັ້ນ ຕ້ອງໃຊ້ເວລາດົນ ສິ່ງສຳຄັນຕ້ອງມີຄວາມຂະຫຍັນ …
-
ການເຮັດໄຮ່ເຮັດນາ ກໍພໍແຕ່ກຸ້ມກິນ ຫຼື ບາງຄັ້ງກໍພໍກຸ້ມປາກກຸ້ມທ້ອງ, ຍ້ອນແຮງງານບໍ່ພຽງພໍ ຊິເຮັດຫຼາຍກໍເມື່ອຍ ແຮງບໍ່ເຖິງ ຫຼື ວ່າເຮັດໄປແລ້ວຕີນແລ້ວມື ພໍບໍ່ໃຫ້ຄົນອື່ນ ຄິດວ່າຕົນເປັນຄົນຂີ້ຄ້ານ ສັນຫຼັງຍາວ ຈິ່ງເຮັດເພື່ອເອົາໜ້າໄວ້ລ້າໆ. ດັ່ງນັ້ນ, …
-
ເລົາແມ່ນພືດທີ່ເກີດຢູ່ຕາມແຄມແມ່ນ້ຳ ແລະ ສາມາດເອົາມາເຮັດກິນໄດ້ ແລະ ຫຍ້າກໍແມ່ນພືດ ທີ່ງົວຄວາຍກິນເປັນອາຫານ ເຊິ່ງຄຳໂຕງໂຕຍນີ້ ໄດ້ປຽບທຽບເຖິງ ຄວາມທຸກຍາກລຳບາກ ໃນການທຳມາຫາກິນ ຈົນເຮັດໃຫ້ຊອກຫາອັນທີ່ຄົນອື່ນບໍ່ກິນ ເພື່ອເອົາມາກິນໃຫ້ພໍຢູ່ລອດ. (ອ່ອນສີ, 2007:71)
-
ການເຮັດນາ ແມ່ນມີຫຼາຍຂັ້ນຕອນ ກ່ອນຈະໄດ້ເຂົ້າມາ ຕ້ອງທຸກຍາກລຳບາກ ດ້ວຍຢາດເຫື່ອແຮງ ພໍໄດ້ເປັນເຂົ້າມາແລ້ວ ພັດໄຟມາໄໝ້ເລົ້າເຂົ້າໝົດ, ບໍ່ເຫຼືອຫຍັງ ຈະເຮັດໃຫ້ເສຍເຫື່ອແຮງ ໄປໂດຍບໍ່ມີປະໂຫຍດ. ປຽບເໝືອນຄົນເຮົາ ທີ່ສູນເສຍຜົນປະໂຫຍດ ຈາກການເສຍເຫື່ອແຮງ ທີ່ລົງມືເຮັດລົງໄປ …
-
ຄຳໂຕງໂຕຍນີ້ ໝາຍເຖິງ ໃຫ້ຕື່ນແຕ່ເດິກຄືກັບກາ ຫາກິນກ່ອນໝູ່ ເພາະກາເປັນສັດ ທີ່ມັກຕື່ນແຕ່ເດິກ ເນື່ອງຈາກກາ ມີນິໄສຂີ້ລັກ ຈຶ່ງຕື່ນກ່ອນໝູ່. ດ້ວຍເຫດນີ້, ເພີ່ນໃຫ້ຄົນເຮົາຕື່ນເດິກ ຄືກາ ເພື່ອການຊອກຢູ່ຫາກິນແລ້ວ ຍັງເຮັດຕ່າງຈາກກາ. …

