ໝາດ

ໂດຍ ຄໍາສັບລາວ

1 ນ. ພະຍາດແນວໜື່ງ ມັກເກີດໃນຜູ້ຍິງເມື່ອເກີດແລ້ວເຮັດໃຫ້ລະດູເສຍ ຄືລະດູມາບໍ່ປົກະຕິ ລະດູສີແດງ ກາຍເປັນສີຂາວ ເອີ້ນໂລກໝາດຂາວ ໂລກລົງຂາວ ຕົກຂາວ ກໍ່ວ່າ ຫານຕົ້ມແກ່ນລຸມພຸກແກ່ນມຸຍແດງ, ແກ່ນມຸ່ຍຂາວ ກິນກໍ່ຈະຫານເຊົາເປັນປົກກະຕິ.

2 ນ. ໄມ້ຫຼືເຫັກແຫຼມ ສຳລັບຮ້ອຍປາເອິ້ນໄມ້ໝາດ ຮ້ອຍກົບຮ້ອຍຂຽວ ກໍ່ໄດ້ ໄມ້ຮ້ອຍໄມ້ຮວາດ ກໍ່ວ່າ.

3 ວ. ເກຶອບ, ໃກ້ ເກຶອບຈະແຫ້ງ, ໃກ້ຈະແຫ້ງ, ຜ້າຕາກໃຫ້ເກຶອບແຫ້ງ ເອີ້ນຜ້າໝາດ, ຕົ້ນໄມ້ເກຶອຈະຕາຍເອີ້ນ ໄມ້ຕາຍໜາດ.

4 ກ. ເຊັດມີດແຖໃສມື ຫຼື ໃສ່ຜ້າແຮງໆ ເພື່ອໃຫ້ມີດເຂົ້າ ເອີ້ນໝາດມີດແຖ, ສະໝາດມີດແຖ ກໍ່ວ່າ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!