ເຫມ ໂດຍ ຄໍາສັບລາວ 12/07/2021 198 1 ນ. ເຫັກແຫຼມ ມີງ່ຽງສອງຂ້າງໃຊ້ສຳລັບແທງ. 2 ນ. ປືນເຫມ, ລູກສອນ ເຊັ່ນ ທ້າວສິນໄຊຍິງລູກເຫມ (ບູຮານ ເອີ້ນປືນເຫມ) ໄປເອີ້ນເອົາພະຍາຄຸດ ດັ່ງວ່າ “ອັນນີ້ປືນເຫມແກ້ວ ພະຍາຈັກໃຊ້ຮອດເຮົາແລ້ວ” (ສິນ). 3 ນ. (ປ.) ຄຳ, ທອງຄຳ ກໍ່ວ່າ, ຊ້າງພວກໜື່ງໃນສະກຸນຊ້າງ 10 ຈຳນວນ ເອີ້ນ ເຫມຫັດຖີ. 4 ນ. ລູກທະນູທີ່ໃຊ້ຈຸ່ມໜ້ອງ ແລ້ວຍິງໃສ່ສັດຕູ ຫຼືສັດກໍ່ໄດ້ ດັ່ງວ່າ “ຂໍພະເອົາລອງເຫມ ຢອດຢາຢຳໜ້ອງ” (ຮຸ່ງ). 0 FacebookTwitterWhatsappLINEEmail