ຫຼ້າ ໂດຍ ຄໍາສັບລາວ 13/07/2021 243 1 ນ. ໂລກ, ແຜ່ນດີນ ຢ່າງວ່າ “ໃຕ້ແຫຼ່ງຫຼ້າ ເປັນນ້ອຍມອບມາ ແດ່ທ້ອນ” (ສິນ). 2 ວ. ສຸດທ້າຍ, ລຸນ, ພາຍຫຼັງລູກຄົນທີ່ເກິດສຸດທ້າຍ ເອີ້ນລູກຫຼ້າ ຢ່າງວ່າ “ເຫັນຮູບນ້ອງນາງຫຼ້າຢູ່ໃນ” (ສິນ). 3 ວ. ຊ້າ, ການເຮັດອັນໃດທີ່ບໍ່ຮິບເຮັດ ເອີ້ນເຮັດຫຼ້າ ຢ່າງວ່າ “ເອົາເມຍຫຼ້າເປັນຂ້າລູກ ເຮັດນາຫຼ້າ ເປັນຂ້າເຂົ້າປູກ” (ພາສິດ). 0 FacebookTwitterWhatsappLINEEmail