ຜົງ

ໂດຍ ຄໍາສັບລາວ

1 ນ. ຊື່ຕົ້ນໄມ້ແນວໜື່ງ ເອີ້ນຕົ້ນຜົງ.

2 ນ. ຝຸ່ນ, ສີ່ງທີ່ມຸ່ນ ແລະ ບໍ່ຕິດກັນ, ສີ່ງລະອຽດເສດຂີ້ເຫຍື້ອ ເອີ້ນຜົງ.

3 ວ. ແຫ້ງບໍ່ຕິດກັນ, ບໍ່ປົນນ້ຳ ເຊັ່ນແຈ່ວຜົງ ປົ່ນຜົງ ກຳນາຜົງ.

4 ກ. ອາການຂອງປຸຍເປັນຍອງ ແລະ ອ່ອນຟູຂື້ນ ເຊັ່ນຝ້າຍດີດຜົງ.

5 ວ. ພວມ, ກຳລັງ, ຊາຍຍິງທີ່ກຳລັງແຕກເນື້ອໜຸ່ມສາວເອີ້ນຜົງ ຢ່າງວ່າ “ຕະເກີງໜ້ານົງພາວຜົງໃຫ່ຍ ງາມເລີດລ້ຳລືເທົ້າໝື່ນເມືອງ” (ສິນ).

6 ວ. ງາມ, ຂາວສະອາດ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!