ຜັດ ໂດຍ ຄໍາສັບລາວ 09/07/2021 492 1 ກ. ນັດ, ໝາຍດ ກຳນົດເວລາ, ຂໍເລື່ອນເວລາ ເຊັ່ນ ຜັດວັນຜັດຍາມ, ຜັດວັນປະກັນມື້ ເປັນຕົ້ນ. 2 ກ. ຖ່າຍ, ຜ່ຽນ, ປ່ຽນ, ແທນ ເຊັ່ນ ຜັດຜ້າ ເອີ້ນປ່ຽນຜ້າ. 3 ກ. ຖູ, ລ້າງ, ການຂັດຖູຖ້ວຍຈານໃຫ້ກ້ຽງ ໃຫ້ສະອາດ ເອີ້ນຜັດ ຢ່າງວ່າ “ແກ້ວບໍ່ຜັດສາມປີເປັນແຮ່ ພີ່ນ້ອງບໍ່ແວ່ສາມປີເປັນເພິ່ນ” (ພາສິດ). 4 ກ. ເລີ່ມມີ, ເລີ່ມເປັນ, ຕັ້ງແຕ່ ຢ່າງວ່າ “ຜັດແຕ່ເປັນມັນອ້ອນ ໃຜກໍ່ຊອນສຽມໃສ່ ບາດເປັນຫົວອີ່ມູ້ ໃຜກໍຫີ້ວກະຕ່າກາຍ” (ຜະຫຍາ). 0 FacebookTwitterWhatsappLINEEmail