ບຸ່ນ ໂດຍ ຄໍາສັບລາວ 08/07/2021 278 1 ກ. ໝົ້ນ, ເຈາະ, ຊີ ດັ່ງວ່າ “ຊາດທີ່ປູຫາກບຸບຸ່ນທ້າງ ປາຫຼ້າງຊິລ່ອງຕາມ” (ສິນ). 2 ນ. ໄມ້ເຄືອແນວໜຶ່ງ ຕົ້ນ ແລະ ໃບ ຄືເຄືອຫວາຍ ຍອດອ່ອນ ໃຊ້ກິນເປັນອາຫານ ດັ່ງວ່າ “ເຄືອບຸ່ນກ້ຽວ ເຄືອບຸ່ນຊ້ຳພັດຕາຍ ເຄືອຫວາຍກ້ຽວ ເຄືອຫວາຍຊ້ຳພັດເນົ່າ ຊູ້ເກົ່ານ້ອງທາງບ້ານກໍ່ບໍ່ມີດອກນາ” (ຜະຫຍາ). 3 ວ. ຕຸ້ຍ ຍຸ້ຍ ແກ້ມຜູ້ສາວທີ່ມີລັກສະນະສວຍງາມ ບໍ່ໃຫຍ່ ແລະ ບໍ່ແວບ ເອີ້ນແກ້ມຈຸ່ນບຸ່ນ ດັ່ງວ່າ “ແກ້ມຈຸ່ນບຸ່ນ ແກ້ມນ້ອງຈຸ່ນບຸ່ນ ບຸນຄາດໄດ້ພີ່ກໍຈັ່ງຊິເອົາ ບຸນຫົວພາເຊົາ ຊິເວົ້າເຈົ້າເປົ່າໆ ບໍ່ເອົາແລ້ວ” (ກອນ). 0 FacebookTwitterWhatsappLINEEmail