ທະວາຍ ໂດຍ ຄໍາສັບລາວ 07/07/2021 158 1 ນ. ຊື່ຄົນຊາດໜຶ່ງ ໃນສາຂາຊາວຍະໄຂ່ ເປັນນາມສະກຸນຊາດຕີເບດ ຢູ່ໃນປະເທດມຽນມ້າ. 2 ກ. ອູ້ມ, ກອດ ຢ່າງວ່າ “ທະວາຍເອົານ້ອຍບຸດຕາຊົມຈູບ” (ກາ). 3 ນ. ກວາງຊາຍ ຫຼືເນື້ອຊາຍ ຢ່າງວ່າ “ສັບພະສິ່ງຊ້າງ ຄະນາທອກທະວາຍທອງກໍ່ດີ ກວາງຊາຍຟານລະມັ່ງໝີເໝືອຍເໝັ້ນ” (ສິນ). 4 ກ. ທວາຍ (ໝໍທວາຍ) ຢ່າງວ່າ “ໝໍຈົ່ງກິດຕະນາແທ້ ທະວາຍດູຕາມເລກ” (ສິນ). 5 ກ. ຈັບ ຢ່າງວ່າ “ຜູ້ແຫ່ງເຫງົ້າທະວາຍນ້ຳຫຼັ່ງສົງ” (ຮຸ່ງ). 6 ກ. ພັດ, ລົມພັດ ເອີ້ນລົມທະວາຍ ຢ່າງວ່າ “ຟັງຍິນລົມທະວາຍໄມ້ ຈວງທອງດັງມີ່” (ສິນ). 7 ກ. ຂີ່ ຢ່າງວ່າ “ບາກໍ່ທະວາຍທົງມ້າ ອາຊະໄນມະນີກາບ ນາງນາດນ້ອຍທຽມທ້າວນັ່ງຮຽງ” (ກາ). 8 ກ. ທາ, ລູບໄລ້ ຢ່າງວ່າ “ຮາມໂຮຍຮ້າງທະວາຍທາຈັນອ່ອນ ຮາມຜ່ຽນຜ້າກາສາອິ້ງລູບອົງ” (ສິນ). 9 ກ. ແກ້, ຄະເນ, ບອກ, ບອກຕາມເລກ ຫຼືຕາມຄຶດເຫັນ. 0 FacebookTwitterWhatsappLINEEmail