ງານ

ໂດຍ ຄໍາສັບລາວ

1 ກ. ໜ້າທີ່, ວຽກທີຕ້ອງເຮັດ ຫຼື ກິດຈະການທີ່ຕ້ອງທຳ ກິດຈະການທີ່ເປັນໜ້າທີ່ ເອີ້ນງານ, ງານແຍກອອກເປັນສາມງານ ຄື ງານເຮັດ ຫຼື ງານທຳ, ງານເວົ້າ, ງານນຶກ ຫຼືຄິດ, ວຽກກໍ່ວ່າ.

2 ນ. ມາດຕາວັດແທກພື້ນທີ່ນຶ່ງງານ ທໍ່ກັບໜຶ່ງຮ້ອຍຕາລາງວາ.

3 ກ. ເກະກະ, ຮະຮານ, ຂົ່ມເຫັງຄົນ ແກ້ງເຮັດໃຫ້ຜູ້ອື່ນຜິດໃຈ ເອີ້ນຄົນພາງານ, ພາໂລກໍ່ວ່າ ຢ່າງວ່າ “ພາໂລນີ້ ພາງານສອນຍາກ ເປັນດັ່ງໄມ້ທ່ອນຮ້າຍ ຕີຂີ້ໃສ່ໂຕ” (ພາສິດ) “ທິດແຮ່ງງານ ຈານແຮ່ງຮ້າຍ ຄົນດາຍໄຄແດ່” (ພາສິດ).

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!