ຄອນ ໂດຍ ຄໍາສັບລາວ 02/07/2021 318 1 ນ. ໄມ້ບ່ອນນົກຈັບ ເອີ້ນຄອນນົກ, ໄກ່ຈັບ ເອີ້ນຄອນໄກ່ ເຊັ່ນໄກ່ນອນຄອນ ນົກນອນຄອນ. 2 ນ. ແປວນ້ຳເລິກ, ທາງນ້ຳໄຫຼແຮງ ເອີ້ນຄອນນ້ຳ ເຊັ່ນ ຄອນພະເພັງ. 3 ກ. ເອົາໄມ້ ຫຼື ເອົາໄມ້ຄານສອດເອົາຂອງຂ້າງດຽວໃສ່ບ່າໄປ ເອີ້ນຄອນ ເຊັ່ນ ສອດເອົາສາຍກະຕ່າໃສ່ແລ້ວ ຄອນໄປ ເອີ້ນ ຄອນກະຕ່າ. 4 ວ. ບໍ່ແໜ້ນ, ເໜັງໄປມາໄດ້ ເຊັ່ນ ຝັງເຫຼັກບໍ່ແໜ້ນ ເໜັງໄປມາໄດ້ ເອີ້ນເຫຼັກຄອນ. 5 ວ. ຄອນໆ, ລາງເທື່ອ, ລາງທີ ເຊັ່ນ ຄອນໆລຸກ ຄອນໆນັ່ງ. 0 FacebookTwitterWhatsappLINEEmail