ກະປ່ອມ ໂດຍ ຄໍາສັບລາວ 29/06/2021 265 1. ນ. ພາຊະນະສານດ້ວຍໄມ້ໄຜ່ຮູບຍາວ ກົ້ນແຫຼມ ທາດ້ວຍຂີ້ຊີຄືຄຸ ໃຊ້ເຊືອກຜູກງວງ ຢ່ອນລົງຕັກນ້ຳໃນສ້າງ ເອີ້ນ ກະປ່ອມ, ຄຸປ່ອມ, ປ່ອມຕັກນ້ຳ ກໍ່ວ່າ. 2. ນ. ລຳເຜືອກ ຫຼືລຳຊະໂນ ໄມ້ສອງຊະນິດນີ້ນ້ຳໜັກເບົາ, ຕັດຍາວຂະໜາດຄືບ ຜູກເຊືອກຫ່າງກັນປະມານໜຶ່ງສອກຂຶງໃນເວລາກາງມອງ ຫຼື ກາງນາມ, ໃຊ້ຂຶງມອງ ເອີ້ນປ່ອມມອງ ຂຶງນາມ ເອີ້ນ ປ່ອມນາມ. 0 FacebookTwitterWhatsappLINEEmail