ໝີ່

ໂດຍ ຄໍາສັບລາວ

1 ນ. (ຈ.) ແປ້ງເຂົ້າ ເຮັດເປັນເສັ້ນແລ້ວຕາກໃຫ້ແຫ້ງ ໃຊ້ປຸງເປັນອາຫານໄດ້ຫຼາຍແນວ.

2 ນ. ຊື່ຜ້າມັດໝີ່ຈຳພວກໜື່ງ ມັດດ້ວຍເຊືອກເປັນຂໍ້ໆ ຍ້ອມດ້ວຍສີຕ່າງໆ ຕາມຕ້ອງການ ຕໍ່າເປັນຜືນ ມີລວດລາຍງາມໝີ່ມີຊື່ຕ່າງໆ ເຊັ່ນ ໝີ່ເອື້ອ, ໝີ່ຂໍ້ ໝີ່ຜາສາດ ໝີ່ຕາກົ້ງ ໝີ່ດອກຈັບ ໝີ່ດອກແກ້ວ ໝີ່ນາກ ເປັນຕົ້ນ.

3 ນ. ຊື່ຕົ້ນໄມ້ແນວໜື່ງ ໃບຄ້ານຕືໃບເຄັງໝາກກົມເປັນພວງມີເມືອກ ຮາກໃຊ້ເຮັດຢາໄດ້.

4 ນ. ຊື່ແມງແນວໜື່ງຕົວນ້ອຍ ສີດຳມັກຕອມຕາຄົນໃນເວລາເປັນໂລກຕາແດງ ເອີ້ນ ແມງໝີ່.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!