ໜ້າ ໂດຍ ຄໍາສັບລາວ 12/07/2021 186 1 ນ. ສ່ວນຂອງຫົວ ຕັ້ງແຕ່່ໜ້າຜາກລົງມາເຖິງປາຍຄາງ ເອີ້ນໜ້າ, ສ່ວນໜື່ງຂອງຮ່າງກາຍ ທີ່ຢູ່ກົງກັນຂ້າມກັບຫຼັງ ເອີ້ນ ດ້ານໜ້າ. 2 ນ. ດ້ານໜຶ່ງຂອງວັດຖຸແບນໆ ເຊັ່ນ ກະດານ ເອີ້ນໜ້າ. 3 ນ. ຄາວ, ຍາມ, ລະດູ ເຊັ່ນ ລະດູເຮັດນາ ເອີ້ນໜ້ານາ ລະດູທີ່ມີຝົນຕົກ ເອີ້ນໜ້າຝົນ ລະດູທີີ່ບໍ່ມີຝົນ ເອີ້ນໜ້າແລ້ງ. 4 ນ. ເຄື່ອງຍີງສັດ ເຮັດດ້ວຍໄມ້ ເຫຼັກ ທອງ ມີຫຼາຍແນວ ຄື 1. ໜ້າທະນູ ຫຼື ໜ້າທື້ນ ມີຄັນຍາວໃສ່ສາຍໃຊ້ລູກເຮັດດ້ວຍໄມ້ ຫຼືືເຫຼັກ ລູກຍາວ ເວລາຍິງໃຊ້ລູກພາດໃສ່ຄັນ ເອົາມືຂວາກຳແນບໄວ້ມືຊ້າຍຈັບສົ້ນລູກດັນໃສ່ສາຍ ແລ້ວດຶງນ້າວມາຈື່ງວາງໄປ. 2. ໜ້າກະຖູນຄືກັບໜ້າທະນູແຕ່ມີສອງສາຍ ຖັກໝ້ອງໄວ້ກາງ ເປັນບ່ອນໃສ່ລູກ ລູກໃຊ້ກ່ອນຫີນມົນໆ. 0 FacebookTwitterWhatsappLINEEmail