ໄງ້

ໂດຍ ຄໍາສັບລາວ

1 ກ. ຂຸດເຂ່ຍຫາຄວາມຜິດ ເອີ້ນໄງ້ ຢ່າງວ່າ “ຢ່າໄງ້ຂອນຫາຂີ້ເຂັບ” (ພາສິດ), “ຊາດທີ່ຍໍເງິງໄງ້ ຂອນເຫັນດູຫຼາກ ຄັນບໍ່ເຂັບກໍງອດງ້ຽວ ງູຮ້າຍຫານມີ ບໍ່ຢ່າແລ້ວ” (ຜະຫຍາ).

2 ກ. ງັດ, ງ້າງ ແກະອອກ, ເຕະ, ຖີບ ເອີ້ນໄງ້ ຢ່າງວ່າ “ມ້າໄຂວ່ເບື້ອງຕີນໄງ້ ແຕກກະເດັນ” (ກາ), “ທໍ່ໄປ່ໄງ້ແຜ່ນຟ້າມາສ່ວຍສິນພາຍ” (ຮຸ່ງ).

3 ກ. ເຮັດບໍ່ເຊົາ ເອີ້ນໄງ້ ຢ່າງວ່າ “ໃຫ້ຄ່ອຍຄຶດຄ່ອຍແກ້ ຄ່ອຍແກ້ຄ່ອຍດຶງ, ໃຫ້ຄ່ອຍຂຸດຄ່ອຍຂົນ ຄ່ອຍຄົນຄ່ອນຄ້ຳ ໃຫ້ຄ່ອຍທຳຄ່ອຍສ້າງ ຢ່າວາງໃຈໃຫ້ຄ່ອຍຄ່ອຍແລ່ນ ໃຫ້ຄ່ອຍແງະຄ່ອຍໄງ້ ມັນຊິໄດ້ຕ່ອນຄຳ” (ຍ່າ).

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!