ໃບ

ໂດຍ ຄໍາສັບລາວ

1 ນ. ໃບໄມ້, ສ່ວນຂອງພຶດ ແລະ ຕົ້ນໄມ້ທີ່ຕິດກັບກີ່ງກ້ານເປັນຕົ້ນ ໃບພ້າວ, ໃບໝາກ ດັ່ງວ່າ “ຟັງຍິນລົມພານພ້າວ ໃບບາງຖວາຍຍອດ ພຸ້ນເຢີດາວຂາດຂ້ອນ ແຝງກ້ຳຝ່າຍທັກຂິນ” (ສິນ). 2 ນ. ແຜ່ນຜ້າທີ່ຕິດຢູ່ກັບເສົາກະໂດງເຮືອ ສຳລັບປ້ານລົມໃຫ້ເຮືອແລ່ນ. 3 ວ. ລັກສະນະນາມ ເອີ້ນ ພາຊະນະເຄື່ອງໃຊ້ວ່າ ໃບ ຄື ຖ້ວຍ 2 ໃບເປັນຕົ້ນ, ຮຽກຂອງທີ່ເປັນແຜ່ນບາງໆ ດັ່ງໃບເຈ້ຍ, ໃບໄມ້, ໃບຫູ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!