ໃຕ ໂດຍ ຄໍາສັບລາວ 06/07/2021 280 1 ນ. ອະໄວຍະວະຂອງຄົນ ແລະ ສັດ ຢ່າງໜຶ່ງ ມີລັກສະນະແຂງ ຢູ່ບ່ອນຂ້າງກະດູກສັນຫຼັງ ໃກ້ບັກແອວທັງສອງຂ້າງ ມີໜ້າທີ່ຂັບຂອງເສຍ ອອກມາກັບນໍ້າປັດສະວະ ເອີ້ນໃຕ, ອີກອັນໜຶ່ງ ຊີ້ນທີ່ເປັນກ້ອນແຂງຢູ່ໃນເນື້ອ ເອີ້ນເນື້ອເປັນໃຕ, ໝາກໄຂ່ຫຼັງ ກໍ່ວ່າ. 2 ນ. ຂັນ, ໂອ, ຖາດ, ເອີ້ນໄຕ, ໄຕຄຳກໍ່ວ່າຢ່າງວ່າ “ທັນທີແດງກໍ່ແດງດິຍີຍັ່ງຄືດັ່ງນໍ້າຄັ່ງໃສ່ໄຕຄຳ” (ເວດ). 3 ນ. ແຜ່ນດິນ, ແຜ່ນດິນ ເອີ້ນແຜ່ນໄຕຢ່າງວ່າ “ຈັກເອົາອອກໄປຢາຍເຫຼືອແຜ່ນໄຕແຮງຄຸນພະແວນເລີດລໍ້າ ດູລົ້ນສາກົນ” (ຮຸ່ງ). 4 ວ. (ປ.) ສາມ, ໃຊ້ປະກອບໜ້າຄຳອື່ນ ເຊັ່ນ ໄຕລັດ ແກ້ວທັງສາມ, ໄຕໂລກໂລກທັງສາມ ເປັນຕົ້ນ. 5 ນ. ຄົນ, ມາຈາກຄຳວ່າ ໄທ ຄືສຽງ ທ. ຜ່ຽນເປັນ ຕ. ຢ່າງວ່າ “ໄວ້ແກ່ໄຕຕອງປຸນແວ່ນແຍງຍາມແຄ້ນ” (ສິນ). 6 ນ. ໂລກທັງສາມ ຄື ມະນຸດໂລກ, ເທວະໂລ ແລະ ພົມມະໂລກ ຢ່າງວ່າ “ລືເທົ້າທົ່ວໄຕ”. 0 FacebookTwitterWhatsappLINEEmail