ໂປດ ໂດຍ ຄໍາສັບລາວ 09/07/2021 281 1 ກ. ເພ, ພັງລົງ, ທະລາຍ ເຊັ່ນ ກໍໄຜ່ໂປດ, ຫຍ້າໂປດ, ຜ້າທີ່ເປື່ອຍຍຸ້ຍ ເອີ້ນຜ້າໂປດ ຜ້າໂຢດ ກໍ່ວ່າ. 2 ກ. ຫຼັ່ງໄຫຼໄປ ຮຽກໂປດ ດັ່ງວ່າ “ນະໂມໂຕດໂຢດ ແມ່ອອກໂປດແລ່ນມາຟັງ ຕັ້ງໃຈໃສແນໃສ່ ຂັບໄລ່ພວກກິເລດຕັນຫາ” (ກອນ). 3 ກ. (ຂ.) ຖືກໃຈ ຫຼືພໍໃຈຫຼາຍ. 4. ໃຊ້ປະກອບໜ້າຄຳກິລິຍາ (ກຳມະ) ສະແດງຄວາມຂໍຮ້ອງຢ່າງສຸພາບ ເຊັ່ນ ໂປດຟັງທາງນີ້ກ່ອນ. 5 ວ. ທີ່ຖືກໃຈ ຫຼືພໍໃຈຫຼາຍ ເຊັ່ນ ຄົນໂປດ, ຂອງໂປດ. 0 FacebookTwitterWhatsappLINEEmail