ໂຕນ

ໂດຍ ຄໍາສັບລາວ

1 ນ. (ຝ) ນໍ້າໜັກທໍ່ກັບ 1.000 ກິໂລເອີ້ນໜຶ່ງໂຕນ. 2 ກ. ໂດດລົງຈາກບ່ອນສູງ ຢ່າງວ່າ “ໂຕນລົງເຮືອນ ຮອດນົງນາງນ້ອຍ” (ກາ). 3 ກ. ຕົກຈາກບ່ອນສູງ ເຊັ່ນນໍ້າຕົກຈາກບ່ອນສູງລົງສູ່ບ່ອນຕໍ່າ ເອີ້ນ ນໍ້າໂຕນ ຢ່າງວ່າ “ນໍ້າແຜ່ຕ້ອງ ໄຫຼຫວ້ຍຕາດໂຕນ” (ກາ). 4 ກ. ເຕັ້ນລົງຈາກບ່ອນສູງ ຢ່າງວ່າ “ລົງກໍ່ຫາກລົງຄອນດຽວ ບໍ່ໂຕນຊິຄຸງຄ້າງ” (ກາ). 5 ກ. ລັກໜີຢ່າງຟ້າວຟັ່ງ ເອີ້ນໂຕນ ເຊັ່ນນັກໂທດໂຕນຄຸກ ເປັນຕົ້ນ. 6 ວ. ຫຼຸດ, ບໍ່ສະເໝີກັນ, ບໍ່ທໍ່ກັນ ເອີ້ນໂຕນກັນ. 7 ກ. ການເອົາຂອງຕໍ່ຂອງ ແລກກັນໂດຍຕີລາຄາ ປຽບທຽບໃສ່ກັນ, ເອີ້ນບໍ່ໂຕນກັນ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!