ໂຈກ ໂດຍ ຄໍາສັບລາວ 02/07/2021 368 1 ນ. ຈອກຕັກນ້ຳ, ກະໂບກຕັກນ້ຳ ເອີ້ນ ໂຈກ ເຮັດດ້ວຍໄມ້ໄຜ່ ເອີ້ນ ໂຈກໄມ້ໄຜ່, ເຮັດດ້ວຍແກ້ວ ເອີ້ນ ໂຈກແກ້ວ ແຕ່ໃຫຍ່ກວ່າຈອກ. 2 ນ. ຊື່ປາເກັດແນວໜຶ່ງ ຄ້າຍປາຈອກແຕ່ໂຕໃຫຍ່ກວ່າ ເອີ້ນ ປາໂຈກ. 3 ນ. ຫົວໜ້າ, ຫົວໂປ່, ຜູ້ເປັນໃຫຍ່, ຄົນຜູ້ເປັນຫົວໜ້າ ເອີ້ນ ໂຈກ ຫົວໂຈກ ກໍ່ວ່າ ຢ່າງວ່າ “ແຕ່ນັ້ນອໍລະມ່ອຍໜ້າ ແມນໂຈກຊົມຄະດີ ຍໍມືທູນ ເໝືອຫົວ ກ່າວທາງທຸກຄ້າຍ” (ຮຸ່ງ). 4 ວ. ທີຫຼັງ, ຫຼັງສຸດ, ຫຼ້າສຸດ, ທີລຸນໝູ່ ໃຊ້ສຳລັບຫຼີ້ນການພະນັນ, ຜູ້ໃດມີສິດຫຼີ້ນລຸນໝູ່ ເອີ້ນ ໂຈກ ທີໂຈກ ກໍ່ວ່າ. 0 FacebookTwitterWhatsappLINEEmail