ໂຄບ

ໂດຍ ຄໍາສັບລາວ

1 ນ. ຊື່ເຂົ້າໜົມແນວໜຶ່ງ ປັ້ນເປັນແຜ່ນບາງໆ ຕາກແຫ້ງແລ້ວເອົາມາຈືນນ້ຳມັນ ເອີ້ນເຂົ້າໂຄບ.

2 ນ. ແຂ້ວທີ່ຢູ່ກົກໝູ່ ເອີ້ນແຂ້ວໂຄບ.

3 ນ. ແຜ່ນເງິນ ຫຼື ແຜ່ນທອງບາງໆ ທີ່ຫຸ້ມຝັກມີດ ຫຼື ຝັກພ້າ ເອີ້ນມີດໂຄບ, ພ້າໂຄບ.

4 ກ. ພິກ, ຂວ້ຳ ຢ່າງວ່າ “ພະກໍ່ເຮວຮີບຂຶ້ນເມື່ອສູ່ຊານຂວາງ ມຸນຕີເຂົາຄູ່ຄົນຄາງຢ້ານ ມະເຫສີຮ້ອນ ຮົນເຄືອງຄາງສັ່ນ ຄືດັ່ງຟ້າໂຄບຂວ້ຳ ເຂີນມ້າງມອດເມືອງ” (ສິນ).

5 ກ. ຂົ່ມເຫງ, ບຽດບຽນ ຢ່າງວ່າ “ແມ່ນວ່າ ແຫຼວຫຼວງເຖົ້າ ຟານໂຕນຕົວພີ່ກໍ່ດີ ຮຸ້ງເຮ່ວແຜ້ວ ພານບີ້ກະອອກຫຼວງແນວສູຮ້າຍ ຈັງໄຮແພ້ເພື່ອນ ຈິ່ງດາຍຍາໄດ້ຊິງຊຸດຫຍ້ຳ ຫຍຸມຕ້ຽວ ໂຄບເຕັງເພື່ອນເນີ” (ສິນ).

6 ກ. ປຸ້ນ, ຍາດ, ຊິງ ຢ່າງວ່າ “ຄຽດເພື່ອມານມາເຫງໂຄບເອົາອາໄດ້” (ສິນ).

7 ກ. ມ້າງເພ, ທຳຮ້າຍ ຢ່າງວ່າ “ພັນຕົວເຕັງໂຄບຊິງເທມ້າງ” (ກາ).

8 ກ. ກັບມາ, ກັບຄືນ, ຄືນມາ ຢ່າງວ່າ “ຍັກໝູນລ້ານເຂີນຄານໂຄບຄືນ” (ກາ).

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!