ແຜວ

ໂດຍ ຄໍາສັບລາວ

1 ກ. ຊອດ, ຫຼຸດ ຢ່າງວ່າ “ແມ່ນວ່າດຳດິນດັ້ນ ທໍລະນີແຜວຊອດ” (ກາ).

2 ວ. ສິ້ນ, ຕະຫຼອດ ຢ່າງວ່າ “ແຍງສວນຫຼວງຊອກໄພແຜວຜ້ຽນ” (ກາ).

3 ວ. ຕະຫຼອດ, ເຖິງ ຢ່າງວ່າ “ອາຊະໄນດັ້ນພົງໄພແຜວເຖື່ອນ” (ກາ).

4 ກ. ທຳລາຍ ຢ່າງວ່າ “ກໍ່ເພື່ອພິດຫອກງ້າວ ແຜວຜ້ຽນຜ່າທວງ” (ກາ).

5 ກ. ຜາກົດ, ປາກົດ, ເຫັນ ຢ່າງວ່າ “ເຂົາກໍ່ອຳເຊີງເສຍ ບໍ່ໃຫ້ໃຜແຜວຮູ້” (ກາ).

6 ກ. ສຽບ, ແທງ ຢ່າງວ່າ “ເໜືອນດັ່ງປືນຢັ່ງເທົ້າ ແຜວໄສ້ສຽບທວງ” (ກາ).

7 ວ. ສະຫຼາດ, ຮູ້.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!