ແຕ້ ໂດຍ ຄໍາສັບລາວ 06/07/2021 240 1 ນ. ສ່ວນສຸດທາງລຸ່ມຂອງໃບຫູ ມີແຕ່ໜັງອ່ອນໆ ບໍ່ມີດູກ ເອີ້ນແຕ້ຫູ, ໝາກກະແຕ້ຫູ, ຕ້າງຫູ ກໍ່ວ່າ. 2 ນ. ຊື່ໄມ້ແນວໜຶ່ງ ເອີ້ນໄມ້ແຕ້, ໄມ້ແຕ້ມີສອງຊະນິດ ຄື ແຕ້ໝາມ ແລະ ແຕ້ຄ່າ. ແຕ້ໜາມຕົ້ນ ແລະ ໝາກເປັນໜາມ, ແຕ້ຄ່າລຳ ແລະ ໝາກບໍ່ມີໜາມ, ໝາກກິນໄດ້. ໄມ້ແຕ້ເປັນໄມ້ມີແກ່ນ ມີລາຄາແພງໃຊ້ເຮັດເຄື່ອງເຮືອນ ເຄື່ອງໃຊ້ຕ່າງໆ ໄດ້ດີ. 3 ກ. ເອົາມື ຫຼືຕີນ ເນັ້ນລົງໃຫ້ແປ, ກົດລົງ, ທັບລົງ, ບີບລົງ, ເຊັ່ນ ເອົາມືກົດຫູ ເອີ້ນເອົາມືແຕ້ຫູ, ເອົາມືບີບຫູ ເອີ້ນເອົາມືແຕ້ຫູ. 0 FacebookTwitterWhatsappLINEEmail