ແດງ

ໂດຍ ຄໍາສັບລາວ

1 ນ. ຊື່ແມງຈຳພວກໜຶ່ງ ມີຫຼາຍຊະນິດ, ຊະນິດທີ່ເຮັດຮັງອາໄສຢູ່ເທິງຕົ້ນໄມ້ ຕົວແດງຂານ້ອຍຍາວ ກົ້ນສັ້ນ ເອີ້ນມົດແດງ, ຊະນິດມີພິດອາໄສຢູ່ຕາມປ່າຮົກຂົບແລ້ວເປັນຕຸ້ມຄັນ ເອີ້ນແມງແດງ, ຊະນິດອາໄສຢູ່ໃນດິນ ຕົວນ້ອຍສີແດງຂົບຄັນ ເອີ້ນມົດແດງຊາຍ, ຊະນິດທີ່ອາໄສຢູ່ໃກ້ເຕົາໄຟ ເອີ້ນມົດແດງໄຟ. 2 ນ. ຊື່ປາແນວໜຶ່ງ ເປັນປາມື່ນ ຕົວຄື ປານາງ ແຕ່ມີສີແດງເລັກນ້ອຍ ເອີ້ນປານາງແດງ ປາດັງແດງ ກໍ່ວ່າ. 3 ນ. ເອີ້ນເດັກນ້ອຍເກີດໃໝ່ ວ່າລູກແດງ ເອີ້ນເງີນປອມ ວ່າ ເງີນແດງ. 4 ນ. ຊື່ຕົ້ນໄມ້ແນວໜຶ່ງ ເປັນຕົ້ນໄມ້ມີແກ່ນຢ່າງດີ ມີສີແດງ ເອີ້ນໄມ້ແດງ. 5 ນ. ຊື່ລົມພາຍຸຊະນິດໜຶ່ງ ຕັ້ງເຄົ້າຂື້ນທີ່ທ້ອງຟ້າມີສີແດງ ພັດບ້ານເຮືອນເພພັງພິນາດໄປ ເອີ້ນລົມແດງ. 6 ນ. ຊື່ໂລກພະຍາດແນວໜຶ່ງ ຖ່າຍເປັນເລືອດ ເອີ້ນໂລກລົງແດງ, ຊື່ໂລກແນວໜື່ງ ເກີດຂື້ນທີ່ຕາ ເຮັດໃຫ້ຕາແດງ ເອີ້ນໂລກຕາແດງ. 7 ວ. ສີແນວໜຶ່ງ ເໝືອນເລືອດ ເອີ້ນສີແດງ ຜ້າທີ່ຍ້ອມດ້ວຍສີແດງ ເອີ້ນຜ້າແດງ. 8 ນ. ເປັນຄຳນຳໜ້າຍິງທີ່ມີຜົວແລ້ວດັ່ງແດງມາ ແດງມີ ເປັນຕົ້ນ. (ຄຳນີ້ຕັດມາຈາກຄຳວ່າ ອຳແດງ ຫຼືອາມແດງ).

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!