ແງ້ນ

ໂດຍ ຄໍາສັບລາວ

ກ. ຫິວ, ຢາກຫຼາຍ ເຊັ່ນ ຫິວຢາ ເອີ້ນແງ້ນຢາ, ຫິວເຫຼົ້າ ເອີ້ນແງ້ນເຫຼົ້າ.

ວ. ແອ່ນຂຶ້ນ, ກັບຄືນ, ແອ່ນ, ງ້ອນໄຖແຫງນ ເອີ້ນງ່ອນໄຖແງ້ນ, ວາທີ່ຢຽດອອກສຸດຂີດ ຈົນເກືອບໄປທາງຫຼັງ ເອີ້ນວາແງ້ນ, ຂາແຫງນເອີ້ນຂາແງ້ນ ຢ່າງວ່າ “ຍາມເມື່ອລຸກຍ່າງຍ້າຍ ຍົວລະຍາດສີລາແຂນຂາໂຂ ແຄ່ງໂງງໍແງ້ນ ບໍ່ໄດ້ແສນແພນໜ້າ ໂສພາຄືເກົ່າ ຍາມເມື່ອເຖົ້າແກ່ແລ້ວ ແນວນີ້ຄູ່ຄົນນັ້ນແລ້ວ” (ຍ່າ).

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!