ແງວ

ໂດຍ ຄໍາສັບລາວ

1 ນ. ຕົ້ນໄມ້ແນວໜຶ່ງ ໜ່ວຍເປັນພວງ ໜ່ວຍໃຫຍ່ປະມານທໍ່ນິ້ວມື, ສຸກແລ້ວເປືອກສີແດງ ເອີ້ນໝາກແງວ ຢ່າງວ່າ “ແງວໄຟຄໍ້ ຍົມຜາໝາກຫຼອດ ສຸກເຮື່ອຕົ້ນ ໃນດ້າວດ່ານເຂົາ” (ກາ).

2 ກ. ແກວ່ງ, ໃຊ້ສະເພາະແຕ່ການເອົາຂອງໃສຕ່ອງເຊືອກ ແລ້ວແກວ່ງໄປ ດັ່ງແກວ່ງໂຫວດ ເປັນຕົ້ນ ເອີ້ນ ແງວໂຫວດ.

3 ກ. ສຽງນົກຍູງຮ້ອງ ຢ່າງວ່າ “ຟັງຍິນຍູງແງ່ວເຮ່ ຮ່ອນສຽງເກົາຟ້ອນ ສັງຄາເຄົ້າ ນັນສຽງສູນຄູ່ ຈັບງ່າຊ້ອນຊົມຫຼິ້ນສົ່ງສຽງ” (ຮຸ່ງ).

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!