ແງງ ໂດຍ ຄໍາສັບລາວ 02/07/2021 544 1 ກ. ຕັ້ງໃຈ, ຕັ້ງໃຈຮຽນ ເອີ້ນແງງ ຢ່າງວ່າ “ຕາບອດແຈ້ງ ບໍ່ຮູ້ຮ່ອມທາງເດີນ ຄັນບໍ່ແງງເງົາຫີນ ຊິບອດຕາຍຕະຜອງເຖົ້າ” (ພາສິດ). 2 ກ. ແຍງ, ແຍງແວ່ນ, ການແຍງແວ່ນເບິ່ງເງົາໜ້າ ເອີ້ນ ແງງແວ່ນ ຢ່າງວ່າ “ລາງຄົນຫຼົງລືມເຖົ້າ ມົວເມົາວ່າຍັງໜຸ່ມ ແງງແວ່ນຫົວຍຸ້ມໆ ກຸມເອ້ຕັ້ງແຕ່ໂຕ” (ກາບປູ່). 3 ກ. ຍ່າງບໍ່ເຊົາ, ໄປບໍ່ເຊົາຈັກເທື່ອ ການທີ່ງົວຄວາຍຍ່າງໄປບໍ່ເຊົາຈັກເທື່ອ ເພື່ອຊອກກິນຫຍ້າ ເອີ້ນງົວຄວາຍແງງ ຢ່າງວ່າ “ງົວກິນຫຍ້າແງງຫາແຕ່ຫຍ້າອ່ອນ ແງງເໝິດມື້ກະບໍ່ພໍ້ ທາງທ້ອງເປົ່າແປນ” (ບ). 0 FacebookTwitterWhatsappLINEEmail