ແກວ່ນ

ໂດຍ ຄໍາສັບລາວ

1 ວ. ໃກ້ຊິດ, ສະໜິດສະໜົມ, ຄົນໃກ້ຊິດ ສະໜິດສະໜົມ ເອີ້ນ ແກວ່ນ, ລຶ້ງເຄີຍ ກໍ່ວ່າ ຢ່າງວ່າ “ຝູງແກວ່ນໃກ້ຮຽກຮໍ່ໂຮມຂວັນ ເຊັ່ນໆ ຊົນລະທາໄຫຼ ທ່າວເທທັງເຍື້ອນ” (ສິນ).

2 ຄຸ້ນເຄີຍ, ພໍໃຈ ຢ່າງວ່າ “ນົກເຂົາເຂົ້າແທນຮັງນົກອີ່ແອ່ນ ປີນີ້ແກວ່ນເຈົ້າ ປີໜ້າຊິແກວ່ນໃຜ” (ຜະຫຍາ).

3 ກ. ຄັກໄຮ່, ຊອບໃຈ ຢ່າງວ່າ “ດົງຫຼວງກວ້າງ ພຶງຄະນາເນື້ອຫາກແກວ່ນ ນົກຫາກຊົມຊື່ນດ້ວຍ ລຳໄມ້ຮົ່ມງາມ” (ຜະຫຍາ).

4 ກ. ສົມບູນ, ຮັ່ງມີ ຢ່າງວ່າ “ໃຜຜູ້ຄວາມຮູ້ຕື້ນເງິນເບ້ຍບໍ່ແກວ່ນຖົງ” (ຍ່າ).

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!