ເຜີ້ງ

ໂດຍ ຄໍາສັບລາວ

1 ນ. ແມງຈຳພວກໜື່ງ ມີປີກບີນໄດ້ ມີໄລຢູ່ກົ້ນ ເອົາລະອອງເກສອນດອກໄມ້ ເຮັດນ້ຳຫວານ ເອີ້ນວ່ານ້ຳເຜີ້ງ.

2 ນ. ໄມ້ມີດອກພວກໜື່ງ ເກີດຕາມຕົ້ນໄມ້ໃຫ່ຍ ເອີ້ນດອກເຜີ້ງ, ຕົ້ນດອກເຜີ້ງກໍ່ວ່າ.

3 ນ. ຂີ້ຂອງເຜີ້ງທີ່ປັ້ນເອົານ້ຳຫວານອອກແລ້ວ ເອີ້ນຂີ້ເຜີ້ງ ໃຊ້ສຳລັບສີທຽນ ແລະ ອື່ນໆ.

4 ນ. ຊື່ເຫັດຈຳພວກໜື່ງ ໃຊ້ກີນເປັນອາຫານໄດ້ ມີຫຼາຍຊະນິດເຊັ່ນ ເຫັດເຜີ້ງນ້ອຍ ເຫັດເຜີ້ງໃຫ່ຍ ເຫັດເຜີ້ງໄຂ ເຫັດເຜີ້ງແດງ ເຫັດເຜີ້ງແຍ້ ເຫັດເຜີ້ງທາມ ເຫັດເຜີ້ງດາງແຫ ເປັນຕົ້ນ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!