ເຕົ້າແມ່ນາງຂ້ອງ ໂດຍ ຄໍາສັບລາວ 06/07/2021 203 ນ. ການເຕົ້າແມ່ນາງຂ້ອງເປັນວິທີໄລ່ຜີແບບໜຶ່ງ, ຄືເມື່ອຜີມາລົບກວນຄົນ ແຕ່ບໍ່ຮູ້ວ່າເປັນຜີແນວໃດ ມາຈາກໃສ ໃຜເປັນເຈົ້າຂອງຜີ ເອົາຂ້ອງມາທຳພິທີ ຈັດເຄື່ອງບູຊາ ມີດອກໄມ້ທູບທຽນເປັນຕົ້ນ ລົງໃນຂ້ອງ ປ່າວສັກເຄເທວະດາລົງມາ ໃຫ້ຄົນສອງຄົນໄປຈັບຄານ ຖ້າຂ້ອງໄປຂ້ອງ ຈະໄປຕີຄົນ ຫຼືສິ່ງຂອງນັ້ນ ຖ້າຂ້ອງບໍ່ໄປ ໃຫ້ປ່ຽນຄົນຈັບໃໝ່ (ປະເພນີ). 0 FacebookTwitterWhatsappLINEEmail