ເຈົ່າ

ໂດຍ ຄໍາສັບລາວ

ນ. ຊື່ນົກແນວໜຶ່ງ ຫາປາກິນຕາມຫ້ວຍໜອງ ຂົນປີກສີຂາວ ເວລາບິນຈິ່ງເຫັນສີຂາວ ເວລາຈັບຢູ່ເຫັນແຕ່ຂົນປີກສີຮຸຍ ຢ່າງວ່າ “ເປັນຄົນໃຫ້ທຳນຽມຄືນົກເຈົ່າເວລາບິນເວີ່ນຜ້າຍຂາວແຈ້ງກໍຈິ່ງເຫັນ” (ພາສິດ).

ວ. ນັ່ງເຫງົາ, ຄົົນມີລັກສະນະນັ່ງເໝືອນນົກເຈົ່າ ເອີ້ນນັ່ງເຈົ່າ.

ວ. ດັກຢູ່, ລີ້ຢູ່ ເຄື່ອງເອົາປາ ຫຼືລອບເຊິ່ງໃສ່ດັກໄວ້ຕາມໜອງ ບ່ອນບໍ່ມີນ້ຳໄຫຼ ເອີ້ນລອບເຈົ່າ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!