ເງື່ອນ

ໂດຍ ຄໍາສັບລາວ

1 ນ. ປາຍຂອງເຊືອກ ຫຼືສົ້ນບ່ອນສຸດຂອງເຊືອກ ເອີ້ນເງື່ອນ, ຖ້ອຍຄຳທີ່ເປັນບັນຫາຈະຕ້ອງຄິດອ່ານ ຈິ່ງຈະເຂົ້າໃຈ ເອີ້ນ ເງື່ອນ ຢ່າງວ່າ “ກໍຈິ່ງປຸນຄຳຮ້ອຍ ໝໍໂຫນລັກລອບ ພໍ່ຢ່າຊັກເງື່ອນຖ້ອຍຄຳຮ້າຍຮໍ່ຕູແດ່ເນີ” (ສິນ). “ທ້າວກ່າວຕ້ານແກ້ເງື່ອນກຸມາລີ” (ກາ) ເຫດເບື້ອງຕົ້ນທີ່ດົນບັນດານໃຫ້ເປັນໄປ ເອີ້ນເງື່ອນເຄົ້າ ຢ່າງວ່າ “ດູເງື່ອນເຄົ້າ ບາທ້າວ ໜໍ່ພຸດໂທ” (ຂູລູ).

2 ນ. ເສດ, ເຫຼືອ, ອາຫານທີ່ກິນບໍ່ໝົດ ເຫຼືອເປັນເສດໄວ້ ເອີ້ນເງື່ອນກິນ ຢ່າງວ່າ “ສອງຄ່ອຍພາກັນເກັບ ເງື່ອນລີງເລັມປ້ອນ” (ສິນ).

3 ວ. ຄ້າຍຄື, ສະເໝີ, ເໝືອນ, ຄົນທີ່ມີຮູບຮ່າງງົດງາມ ຄ້າຍຄືເທວະດາ ເອີ້ນເງື່ອນແມນ ຢ່າງວ່າ “ມີເຜົ່າເຊື້ອສາຍນາກນາຄີ ປຸນໂສມສະຫງຽນ ເງື່ອນແມ່ນມາຕ້ານ”, ຮູບງາມເໝືອນພະພົມ ຢ່າງວ່າ “ແມ່ນວ່າສັງຄະລາດທ້າວ ເກີດຮ່ວມອຸທອນ ກໍ່ດີ ທ້າວກໍ່ເພັງ ຄີງກໍ່ງາມເງື່ອນພົມ ພຽນແຕ້ມ” (ສິນ).

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!