ເຄົ້າ ໂດຍ ຄໍາສັບລາວ 02/07/2021 300 1 ກ. ປົນ, ສິ່ງທີ່ສັບປົນກັນ ເອີ້ນເຄົ້າ ຢ່າງວ່າ “ອຶງຄະນຶງເຄົ້າ ຄະນາຫຼວງໄຫຼຮອດ” (ສິນ). 2 ນ. ຊື່ນົກຈຳພວກໜຶ່ງຫາກິນກາງຄືນ ຕາໃຫຍ່ ເອີ້ນນົກເຄົ້າ ມີຫຼາຍແນວ ຄື: ນົກເຄົ້າແມວ ຫຼື ນົກເຄົ້າຫູ ມີຂົນເປັນຫູຄືແມວ, ນົກເຄົ້າລານ ຫຼື ນົກເຄົ້າຫູກ ຕົວໃຫຍ່, ນົກເຄົ້າໝາກກອກ ຕົວນ້ອຍ. 3 ນ. ຕົ້ນເດີມ, ກ່ອນ, ກົກຮາກ, ຫົວໜ້າ, ເລີ້ມຕົ້ນ. ຄຳເວົ້າຄຳແຮກ ເອີ້ນເຄົ້າ ຢ່າງວ່າ “ພະກໍເວົ້າແຕ່ເຄົ້າ ຜອງຜຽນສູ່ຄອງ” (ສິນ), ຝົນທຳທ່າຈະຕົກ ເອີ້ນ ຝົນຕັ້ງເຄົ້າ, ພະເຖລະອັງແຮກ ເອີ້ນ ພະເຖລະຜູ້ເປັນເຄົ້າ. 0 FacebookTwitterWhatsappLINEEmail