ເຄົາ ໂດຍ ຄໍາສັບລາວ 02/07/2021 315 1 ນ. ຂົນທີ່ເກີດຕາມແກ້ມລາມລົງຮອດຄາງກະໄຕ ເອີ້ນເຄົາ. 2 ນ. ເຊືອກທີ່ໃຊ້ຮ້ອຍດັງງົວຄວາຍ ເອີ້ນເຄົາ ເຊັ່ນ ຮ້ອຍດັງງົວ ເອີ້ນເຄົາງົວ, ຮ້ອຍດັງຄວາຍ ເອີ້ນເຄົາຄວາຍ ຢ່າງວ່າ “ຜູກຄວາຍໃສ່ຫີນລາດ ເຄົາບໍ່ຂາດຄວາຍຕາຍ” (ພາສິດ). 3 ນ. ເຄື່ອງໃຊ້ສອຍບູຮານ ເອີ້ນ ເຄື່ອງເຄົາ ຢ່າງວ່າ “ສັພັ່ງພ້ອມພາມມະນາດ ປຸໂລຫິດ ຮຽງມືປະດັບ ອ່ານພອນຖວາຍຖ້ອຍ ມູນນາຍພ້ອມ ຖວາຍທຽນທູດບາດ ສະເດັດເລີກແລ້ວ ຄາມ້ຽນເຄື່ອງເຄົາ” (ສິນ). 0 FacebookTwitterWhatsappLINEEmail