ເກີຍ

ໂດຍ ຄໍາສັບລາວ

1 ນ. ເຊຍ, ຊານ, ເຊຍເຮືອນ, ຊານເຮືອນ ເອີ້ນເກີຍ ຢ່າງວ່າ “ຊວດໆ ນ້ຳຮວຍຮວາດສຸຄັນທາ ພໍ່ດີສະເດັດອອກມາເກີຍກວ້າງ” (ສິນ).

2 ນ. ບ່ອນສຳລັບຂຶ້ນລົງ ລາຊະຍານຂອງເຈົ້າຊີວິດ ຫຼື ຂອງເຈົ້ານາຍແຕ່ບູຮານ ເອີ້ນ ເກີຍ ເຊັ່ນ ເອົາຊ້າງມາເກີຍ ເອົາມ້າມາເກີຍ ຢ່າງວ່າ “ຍັ່ງໆ ທ້ຽນຂຸນານາຍເນືອງແຫ່ ຄວາມກ່ຽວຊ້າງ ຮຽງຮ້ານແທບເກີຍ” (ຮຸ່ງ).

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!