ເກັບ ໂດຍ ຄໍາສັບລາວ 30/06/2021 287 1 ກ. ປິດເອົາ ເຊັ່ນ ປິດໝາກມ່ວງ ເອີ້ນ ເກັບໝາກມ່ວງ, ປິດໝາກທັນ ເອີ້ນ ເກັບໝາກທັນ … 2 ກ. ເກັບເອົາສິ່ງຂອງທີ່ຊະຊາຍຢູ່ນຳກາງບ້ານໄປຖິ້ມ, ເອົາຖ້ວຍ, ໂຖ, ໂອ, ຊາມ ທີ່ລ້າງແລ້ວໄປມ້ຽນໄວ້ ເອີ້ນ ເກັບມ້ຽນ ເກັບກຳ ກໍ່ວ່າ. 3 ກ. ເຮັດສີ້ນ, ຜ້າ ໃນເວລາຕ່ຳໃຫ້ເປັນລາຍຕ່າງໆ ໃນເວລາຕ່ຳ ເອີ້ນ ເກັບໝີ່, ມັດໝີ່ ກໍ່ວ່າ. 0 FacebookTwitterWhatsappLINEEmail