ຫົວ ໂດຍ ຄໍາສັບລາວ 12/07/2021 245 1 ກ. ສະແດງອາການຢາກຫົວ ແລ້ວ ປ່ອຍສຽງອອກມາ ດັ່ງວ່າ “ເພີ່ນນັ່ງໃຫ້ໂຕຢ່ານັ່ງຫົວ” (ປູ່). 2 ນ. ສ່ວນຂອງຮ່າງກາຍເໜຶອຄໍຂື້ນໄປເອີ້ນຫົວ ເຊັ່ນ ຫົວງົວ,ຫົວຄວາຍ, ຫົວຄົນ, ເຫງົ້າຂອງມັນ ແລະພຶດພັນຕ່າງໆ ທີ່ຝັງຢູ່ໃນດີນ ເອີ້ນຫົວ ເຊັ່ນຫົວມັນ ຫົວເຜຶອກ ຫົວຜັກກາດ ຫົວຜັກບົ່ວ ເປັນຕົ້ນ, ສີ່ງທີ່ຢູ່ຂ້າງໜ້າ ຫຼື ທີ່ສົມມຸດຂ້າງໜ້າ ເອີ້ນຫົວ ເຊັ່ນຫົວ ຫົວເຮືອ ຫົວແຖວ ຫົວທີ ຫົວເຮືອນ ເປັນຕົ້ນ, ສ່ວນທີ່ເປັນຄູ່ກັບຫາງເອີ້ນຫົວ ເຊັ່ນ ຫົວເຫຼົ້າ ຫົວຢາ ຫົວນ້ຳຫອມ, ເວລາເລີ່ມຕົ້ນເອີ້ນຫົວເຊັ່ນ ຫົວທີ ຫົວກໍ່ຕຳອິດອໍ່ ກໍ່ວ່າ, ສ່ວນທີ່ເປັນປະໂຫລດເອີ້ນຫົວ ເຊັ່ນ ໝາກພ້າວຄັ້ນ ເອົານ້ຳຄັ້ງທຳອິດເອີ້ນຫົວກະທິ.ຄົນທີ່ໜ້າຮັກເອີ້ນຫົວ ເຊັ່ນ ລູກຫົວແກ້ວຫົວແຫວນ. ລົມທີ່ພັດ ຫຼື ຫວັ່ນແຮງ ເອີ້ນລົມຫົວກຸດ, ຕົ້ນເລື່ອງ ຫຼືໃຈຄວາມສຳຄັນ ເອີ້ນຫົວຂໍ້, ສ່ວນຕົ້ນ ຫຼືກົກເອີ້ນຫົວ ເຊັ່ນ ຫົວສົ້ນ ຫົວໜັງສື ຫົວປີ, ລັກສະນະນາມ ຮຽກໜັງສືເປັນພັບ ຫຼື ເປັນເຫຼັ້ມ ວ່າຫົວ ເຊັ່ນ ໜັງສືສອງຫົວສາມຫົວ. 0 FacebookTwitterWhatsappLINEEmail