ຫົດ ໂດຍ ຄໍາສັບລາວ 12/07/2021 235 1 ກ. ຫຍໍ້ຕົວເຂົ້າ ສັ້ນເຂົ້າ ເຊັ່ນຄໍສັ້ນ ເອີ້ນຄໍຫົດ ແຂນສັ້ນ ເອີ້ນແຂນຫົດ ຂາສັ້ນ ເອີ້ນຂາຫົດ. 2 ກ. ເອົານ້ຳຖອກລົງແຕ່ທາງເທິງ.ຫວິດນ້ຳໃສ່ໃຫ້ປຽກ ເຊັ່ນ ຫົດຜັກ, ຫົດຫຍ້າ, ຫົດຕົ້ນໄມ້, ຮົດກໍ່ວ່າ. 3 ກ. ພິທີ່ກຳມຸດທາພິເສກ ຫຼື ອະພິເສກ ໃຫ້ເປັນເຈົ້າແຜ່ນດິນ ແລະ ການກະທຳເຖລາພິເສກ ຄືການແຕ່ງຕັ້ງໃຫ້ເປັນພະເຖລະໃນທາງສົງ ໂດຍການເອົານ້ຳຫອມ ຫຼື ນ້ຳສັກສິດສົງໃຫ້, ຄຳວ່າຫົດນີ້ ເດີມເປັນຮົດ ແຕ່ສ່ວນຫຼາຍ ອອກສຽງເປັນຫົດ ເອີ້ນໂຮມກັນວ່າ ຫົດສົງ ກໍ່ມີ. 4 ກ. ຊື່ກອງບຸນກອງໜື່ງ ທີ່ທາງການ ຫຼື ເຈົ້າສັດທາຜູ້ຕັ້ງຂື້ນເພື່ອເຖລາພິເສກ ພະໃຫ້ເປັນ ພະເຖລະ ເອີ້ນກອງຫົດ. 0 FacebookTwitterWhatsappLINEEmail