ຫູງ

ໂດຍ ຄໍາສັບລາວ

1 ກ. ເຮັດເຂົ້າໃຫ້ສຸກໃນໝໍ້ ໂດຍການເອົານ້ຳໃສ່ແລ້ວຕົ້ມພໍສົມຄວນ ຈີ່ງເຫຍັ້ນນ້ຳອອກ ແລ້ວເອົາໝໍ້ພ່າງໄຟໄວ້ຈົນເຂົ້າສຸກ ເອີ້ນຫູງເຂົ້າ, ນີ້ເປັນວິທີຂອງບູຮານ ດຽວນີ້ກະນ້ຳ ແລະ ເຂົ້າພໍດີແລ້ວ ຄ້າງໄຟໃຫ້ສຸກເລີຍ ບໍ່ຕ້ອງເຫຍັ້ນນ້ຳອອກ.

2 ກ. ຕົ້ມຂອງເປັນກ້ອນໃຫ້ເປື່ອຍ ໂດຍບໍ່ຕ້ອງໃສ່ນ້ຳ ໃຫ້ຂອງນັ້ນເປືອຍອອກເປັນນ້ຳເອງ ດັ່ງຫູງແກ້ວ ຫຼືຫູງແກ້ວ ຫຼືຫູງນວນ ເປັນຕົ້ນ.

3 ນ. ຜີຕາຍຫູງ, ຄົນທີຕາຍເພາະຕົກຕົ້ນໄມ້ ຄວາຍຊົນ ຖືກຍິງ ຖືກຍິງ ຖືກແທງ ຖືກຟ້າຜ່າ ເປັນຕົ້ນ ເອີ້ນຄົນຕາຍຫູງ, ຜີຕາຍຫູງກໍ່ວ່າ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!