ຫິ້ງ ໂດຍ ຄໍາສັບລາວ 12/07/2021 305 1 ນ. ຮ້ານສຳລັບວາງເຄື່ອງສັກກະລະບູຊາ ມີດອກໄມ້ທູບທຽມ ເພື່ອບູຊາສີ່ງທີໂຄລົບນັບຖື ສານດ້ວຍໄມ້ໄຜ່ ເປັນຕາຫ່າງໆ ຕັ້ງຫຼື ແປະໄວທີ່ຫົວນອນ ເອີ້ນ ຫິ້ງພະ ບູຮານເຮັດໄວ້ເພື່ອບູຊາຜີດໍ້າ. 2 ນ. ຮ້ານຢູ່ເທິງບ່ອນຊື່ເຕົາໄຟ ສານດ້ວຍໄມ້ໄຜ່ ເປັນຮູບສີ່ລ່ຽມ ສຳລັບມ້ຽນຖ້ວຍບ່ວງ ຫຼື ຢ້າງຊີ້ນ ຢ້າງປາ ເອີ້ນຫິ້ງຢ້າງ ຫຼື ແຄ່ຫິ້ງ. 3 ນ. ຫໍເທວະດາ ຫຼື ຫໍຜີທີ່ປຸກໄວ້ເພື່ອບູຊາຜີພໍ່ຜີແມ່ ຫຼື ປູ່ຍ່າຕານາຍ ເອີ້ນ ຫິ້ງ ຢ່າງວ່າ “ຫິ້ງປາກຖ້ຳທັນດ່ວນຜາຈວງມາກິນ ຕູກໍ່ມີໃຂຈົງຈອດສູສົມສ້າງ” (ຮຸ່ງ). 0 FacebookTwitterWhatsappLINEEmail