ຫິງ ໂດຍ ຄໍາສັບລາວ 12/07/2021 192 1 ນ. ຊື່ຂອງຫຼີ້ນຊະນິດໜື່ງ ຂອງພວກເດັກນ້ອຍ, ການຫຼີ້ນເອົາໄມ້ຄ້ອນນ້ອຍໆຍາວປະມານເຄິ່ງແຂນ ທີ່ເອີ້ນວ່າແມ່ຫິງເຕາະລູກຫິງນັບ ຖ້າລູກຫິງຕົກດິນແລ້ວເຊົາ ໃຫ້ຄູ່ແຂ່ງເຕາະໄດ້ຈຳນວນທໍ່ໃດ ຈິ່ງເອົາລູກລົງກ່າຍດິນ ບ່ອນເຮັດໄວ້ເປັນຮ່ອງ ແລ້ວຕີໃຫ້ລູກຟົ້ງຂື້ນ ແລ້ວເອົາໄມ້ແມ່ຕີຮັບໃຫ້ຟົ້ງໄປ ຜູ້ໃດຕົກໄກກວ່າໃຫ້ຜູ້ນັນເປ້ງ ຄືເອົາໄມ້ແມ່ຫິງຕີລູກຫິງຕິລູກຫິງໄປຕໍ່ກັນ ທໍ່ຈຳນວນທີ່ເຕາະລູກຫິງໄດ້ໝົດແລ້ວໃຫ້ຜູ້ເສຍ ຫຼື ຜູ້ໄດ້ໜ້ອຍ ຈັບເອົາລູກຫິງກັ້ນໃຈແລ່ນ ແລະ ປາກກໍ່ເປັ່ງສຽງວ່າຫິງມາຈົນເຖິງພອກຖ້າ ເຊົາຫັນໃຈກ່ອນເຖິງພອກຜູ້ແພ້ ຕ້ອງຕີລູກຫິງຄືນອີກຜູ້ບໍ່ແພ້ຈິ່ງຈັບເອົາແລ່ນມາໃໝ່. 2 ວ. ຄະນອງ ເຊັ່ນ ຊ້າງຕົກມັນແລ້ວຄະນອງ ເອີ້ນຊ້າງຫິງ, ຊ້າງຍ້ອຍກໍ່ວ່າ. 0 FacebookTwitterWhatsappLINEEmail