ສາບ

ໂດຍ ຄໍາສັບລາວ

1 ນ. ແມງແນວໜຶ່ງ ອາໄສຢູ່ຕາມຝາເຮືອນ ເອີ້ນວ່າ ແມງສາບ, ຊື່ຜັກຊະນິດໜຶ່ງເປັນເຄືອ ເອີ້ນວ່າ ຜັກສາບ. 2 ວ.​ ກິ່ນເໝັນ ຄືເໝັນແມງສາບ ດັ່ງວ່າ “ຍ່ຽວວ່າເໝັນສາບເນື້ອ ຄີງຂ້ອນຈິ່ງມີ” (ສິນໄຊ). 3 ກ.​ ປ້ອຍເວນ, ສາບແຊ່ງ. 4 ກ. ເອົາປູນ ຫຼື ຊີມັງທາໂບກເພື່ອອັດຕັນບ່ອນເປັນຮອຍແຕກແຫງ ຫຼື ເປັນຮູວາກວ້ຳ ໃຫ້ດີຄືນຄືເກົ່າ. 5 ນ. ເຂດນ້ຳວັງບຶງກວ້າງໃຫຍ່ ເອີ້ນທະເລສາບ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!