ວີ

ໂດຍ ຄໍາສັບລາວ

1 ນ. ເຄື່ອງ​ພັດ​ໃຫ້​ມີ​ລົມ ສານ​ດ້ວຍ​ຕອກ​ໄມ້​ໄຜ່​ໃບ​ຕານ ຫຼື​ໃບ​ລານ​ດ້ວຍ​ເຈ້ຍ​ເອີ້ນ​ວີ​ ຢ່າງວ່າ “ຢູ່​ທົ່ງ​ຢ່າ​ສານ​ວີ ຢູ່​ດີ​ຢ່າ​ຖາມ​ໝໍ” (ພາ​ສິດ).

2 ກ. ອາ​ການ​ພັດ ຫຼື ກວັດ​ແກວ່ງ​ໃຫ້​ເກີດ​ລົມ.

3 ກ. ເອົາ​ມື້​ຈັບ​ສິ່ງ​ໃດ​ສິ່ງ​ໜຶ່ງ ຖິ້ມ​ໄປ​ໂດຍ​ແຮງ, ຄວ່າງ, ຖິ້ມ​ໄປ​ໂດຍ​ແຮງ ເຊັ່ນ ຄວ່າງ​ຄ້ອນ​ໃສ່​ໝາກ​ມ່ວງ ເອີ້ນ​ວີ​ຄ້ອນ​ໃສ່​ໝາກ​ມ່ວງ.

4 ນ. ຊື່​ດາວ​ຈຳ​ພວກ​ໜຶ່ງ ມີ​ແສງ​ເຫຼື້ອມ​ວັບ​ແວບ​ຖີ່ໆ ເອີ້ນ ດາວ​ວີ ​ດັງ​ວ່າ “ວີຄ່າງ​ຄ້າຍ​ກຸນ​ຊະ​ໂລເງີຍ​ເງີກ” (ສິນ).

5 ກ. ເອົາ​ໄມ້​ກະ​ດ້າມ​ຊ້​ວານ ຫຼື ສວ່າຍ​ເຂົ້າ​ນຶ້ງ​ສຸກ​ແລ້ວ ປີ້ນ​ໄປ​ມາ​ເພື່ອ​ໃຫ້​ອາຍ​ເຂົ້າ ຫຼື ຢາງ​ເຂົ້າ​ໝົດ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!