Home » ວັດຈະນານຸກົມພາສາລາວ » ວິປັດສະນາກຳມະຖານ

ວິປັດສະນາກຳມະຖານ

ໂດຍ ຄໍາສັບລາວ

ນ. (ປ.) ອຸ​ບາຍ​ເລື່ອງ​ປັນ​ຍາ ຄື​ເມື່ອ​ປະ​ຕິ​ບັດ​ສະ​ມະ​ຖະ​ກຳ​ມະ​ຖານ​ແລ້ວ ກິ​ເລດ​ 3 ຈະ​ລົດ​ນ້ອຍ​ຖອຍ​ລົງ ແຕ່ກໍ່​ບໍ່​ໝົດ​ໄປ​ຈາກ​ໃຈ ຕ້ອງ​ປະ​ຕິ​ບັດ​ວິ​ປັດ​ສະ​ນາ​ກຳ​ມະ​ຖານ​ຕໍ່​ອີກ​ຄື ຍົກ​ຂັນ 5 ອາ​ຍະ​ຕະ​ນະ 12 ທາດ 18 ອິນ​ຊີ 22 ອະ​ລິ​ຍະ​ສັດ 4 ປະ​ຕິດ​ຈະ​ສະ​ມຸ​ປະ​ບາດ 12 ຂື້ນ​ມາ​ພິ​ຈາ​ລະ​ນາ​ອີກ ຈົນ​ເຫັນ​ຂັນ 5 ເປັນ​ອະ​ນິດ​ຈັງ ທຸກ​ຂັງ ອະ​ນັດ​ຕາ ເກີດ​ຄວາມ​ເບື່ອ​ໜ່າຍ ໝົດ​ຄວາມ​ກຳ​ໜັດ​ຍິນ​ດີ, ເກີດ​ຄວາມຫຼຸດ​ພົ້ນ ເກີດ​ຄວາມ​ບໍ​ລິ​ສຸດ​ກາຍ ແລະ ໃຈ ເຖິງ​ທີ່​ສຸດ​ແຫ່ງ​ທຸກຄື​ນິບ​ພານ ກິ​ເລດ 3 ຄື ລາ​ຄະ​ໂທ​ສະ ໂມ​ຫະ ບໍ່​ເກີດ​ອີກ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!