ວັນຫຼົ່ມຫຼວງ ໂດຍ ຄໍາສັບລາວ 12/07/2021 331 ນ. ວັນລົ້ມຈົນ, ວັນຂາດທຶນເອີ້ນ ວັນຫຼົ່ມຫຼວງ ບູຮານໃຫ້ສະໂຫຼກໄວ້ດັ່ງນີ້: ຍີ່ຫ້າ ສອງແສງ ສີ່ເຈັດ ສີ່ສີ່ ຫົກເກົ້າ ຫົກຫົກ ແປດສີບເອັດ ແປດແປດ ສິບຈຽງ ສິບສິບ ສີບສອງ ສີບສອງ ສີບສອງ ເດືອນ 2 ເດືອນ 5 ຂື້ນແຮມ 2 ຄໍ່າ ຕົກຫຼົ່ມຫຼວງ. ເດືອນ 4 ເດືອນ 7 ຂື້ນແຮມ 4 ຄໍ່າ ຕົກຫຼົ່ມຫຼວງ. ເດືອນ 6 ເດືອນ 9 ຂື້ນແຮມ 6 ຄໍ່າ ຕົກຫຼົ່ມຫຼວງ. ເດືອນ 8 ເດືອນ 11 ຂື້ນແຮມ 8 ຄໍ່າ ຕົກຫຼົ່ມຫຼວງ. ເດືອນ 10 ເດືອນ 1 ຂື້ນແຮມ 10 ຄໍ່າ ຕົກຫຼົ່ມຫຼວງ. ເດືອນ 12 ເດືອນ 3 ຂື້ນແຮມ 12 ຄໍ່າ ຕົກຫຼົ່ມຫຼວງ. ຈະທໍາການມຸງຄຸນ ຄືຂື້ນເຮືອນໃໝ່ ປຸກເຮືອນ, ແຕ່ງດອງ ເອົາບຸນເຮືອນໄປຄ້າຂາຍ ຫຼື ທໍາການເປັນສິລິມຸງຄຸນໃຫ້ ງົດເວັ້ນວັນນີ້. 0 FacebookTwitterWhatsappLINEEmail