Home » ວັດຈະນານຸກົມພາສາລາວ » ວັນຫຼາວເຫຼັກ

ວັນຫຼາວເຫຼັກ

ໂດຍ ຄໍາສັບລາວ

ນ. ວັນທີ່ມີອຸປະສັກຂັດຂວາງ ເອີ້ນວ່າວັນຫຼາວເຫຼັກ ບູຮານໃຫ້ສະໂຫຼກໄວ້ດັ່ງນີ້:
ທິດສຸກຕົກ: ວັນອາທິດ ວັນສຸກ ຫຼາວເຫຼັກຢູ່ທິດຕາເວັນຕົກ.
ຈັນເສົາອອກ: ວັນຈັນ ວັນເສົາ ຫຼາວເຫຼັກຢູ່ທິດຕາເວັນອອກ.
ຄານພຸດເໜືອ: ວັນຄານ ວັນພຸດ ຫຼາວເຫຼັກຢູ່ທິດເໜືອ.
ພະຫັດໃຕ້: ວັນພະຫັດ ຫຼາວເຫຼັກຢູ່ທິດໃຕ້.
ຈະໄປຕິດຕໍ່ຫາວຽກງານ ຫຼື ຈະໄປຕິດຕໍ່ຫາໂຊກລາບ ບໍ່ໃຫ້ຫັນໜ້າ ຫຼືໄປທິດນັ້ນ ຫາກມີຄວາມຈໍາເປັນກໍໃຫ້ໄປທິດອື່ນ ກ່ອນແລ້ວ ຈິ່ງໄປທິດນັ້ນ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!