ວອນ

ໂດຍ ຄໍາສັບລາວ

1 ນ. ແສງຂອງແດດກ້າທີ່ເປັນແສງຍັບໆ ເອີ້ນວອນແດດ ຫຼືແດດວອນກໍ່ວ່າຢ່າງວ່າ “ທຽ່ວທາງທົ່ງແດດວອນ ທຽວທາງດອນແດດໄໝ້ໃຫ້ຖົກຂາໄວໆຮີບຟ້າວເຂົ້າຮົ່ມ” (ກອນ).

2 ກ. ໄຫວ້ວອນ, ໜ່ຽວຂໍ, ຂໍຮ້ອງໃຫ້ເຮັດນໍາປະສົງ ຢ່າງວ່າ “ຂໍວອນໃຫ້ຜູ້ມີມາຍໂທດ” (ສິນ).

3 ກ. ກະສັນ ຢ່າງວ່າ “ພາເພື່ອນຫຼີ້ນໄພກວ້າງສວ່າງວອນ” (ສິນ).

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!