ມູນ

ໂດຍ ຄໍາສັບລາວ

1 ບ. (ປ.) ຮາກ, ເຫງົ໊າ, ກົກ, ເຄົ້າ, ທີ່ຕັ້ງເດີມ.

2 ນ. (ສ.) ລາຄາ, ຕົ້ນທືນ ເຊັ່ນ ສິ່ງຂອງທີ່ມີລາຄາ ເອີ້ນມູນຄ່າ.

3 ນ. (ສ.) ສົມບັດເດີມ, ສົມບັດທີ່ໄດ້ຮັບ ມາຈາກພໍ່ແມ່.

4 ວ. ມາກ, ຫຼາຍ ຢ່າງວ່າ “ນຳ້ສະໝຸດມູນມາກລົ້ນ ລຶບແຜ່ນທໍລະນີ” (ລຶ).

5 ນ. ອຸດຈາລະ, ຂີ້ ເຊັ່ນ ຂີ້ຄວາຍ ເອີ້ນມູນຄວາຍ, ຂີ້ງົວ ເອີ້ນມູນງົວ, ຂີ້ຝອຍ ເອີ້ນມູນຝອຍ.

6 ວ. ຮັ່ງ, ມີ ຢ່າງວ່າ “ຝູງໝູ່ຄົນຂະໝອດໄຮ້ ດີໄດ້ມັ່ງມູນ” (ກາໄກ່), ມັ່ງມູນກໍ່ວ່າ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!