ມຸກ ໂດຍ ຄໍາສັບລາວ 11/07/2021 195 1 ວ. ພີ, ໃຫຍ່, ພີໆຕ່ຳໆ, ເຕີບໂຕດັ່ງວ່າ “ເປັນດັ່ງປູກຕົ້ນໄມ້ກາງຫີລັງລາດ ກໍ່ບໍ່ມຸກ ບໍ່ມາຍກິ້ງກ້ານໃບແຫ້ງຫ່ຽວເສຍ” (ກອນ). 2 ນ. ຊື່ຫອຍແນວໜຶ່ງ ເອີ້ນຫອຍມຸກ, ຊື່ກ້ວຍແນວໜຶ່ງ ເອີ້ນ ກ້ວຍມຸກ, ຊື່ເຄື່ອງປະດັບແນວໜຶ່ງ ເອີ້ນສ້ອຍມຸກ, ສ້ອຍໄຂ່ມຸກ ກໍ່ວ່າ. 3 ນ. ແກ້ວສີຕ່າງໆສຳລັບປະດັບຍອດຊໍ່ຟ້າຫຼັງຄາສິມ ຫຼືຫໍຜາສາດຢ່າງວ່າ “ຄັນໄດຢູ່ຍອດຟ້າ ຜາສາດປະດັບມຸກ ຢ່າໄດ້ລືມຮຽມທຸກ ຜູ້ຂີ່ຄວາຍຄອນກ້າ” (ຜະຫຍາ). 0 FacebookTwitterWhatsappLINEEmail