ມາດ ໂດຍ ຄໍາສັບລາວ 11/07/2021 247 1 ນ. ທາດຢ່າງໜຶ່ງ ສີເຫຼືອງກິ່ນເໝັນ ໃຊ້ເຮັດຢາ ຫຼືປະສົມໝື້ປືນ. 2 ນ. (ສ.) ຄຳ ຢ່າງວ່າ “ນາງນາດຂື້ນຍານມາດໄໝເຫຼືອງ” (ສິນ). 3 ກ. ກຳນົດ, ກະ, ປະມານ, ບອກຢ່າງວ່າ “ແມ່ເຈົ້າມາດຄ່າກວ້າງ ຊ້າງສີ່ຄວາຍສາມ” (ຜະຫຍາ). 4 ນ. ຊື່ຕົ້ນໄມ້ແນວໜຶ່ງ ໝາກມີກິ່ນຫອມຂິວ ໃຊ້ປະສົມອາຫານ ເຊັ່ນ ປົ່ນ, ເອາະຫຼາມເປັນຕົ້ນ ເອີ້ນໝາກມາດ ຄູ່ກັບໝາກແຄ່ນ. 5 ນ. (ປ.) ເດືອນ, ໝາກຖົ່ວ. 0 FacebookTwitterWhatsappLINEEmail