ຜະຫຼຽງ

ໂດຍ ຄໍາສັບລາວ

1 ນ. ຝົນ ຢ່າງວ່າ “ຂວບເມື່ອເດືອນສາມຄ້ອຍ ຜະຫຼຽງຮວຍວຳເທດທຸກດ່ານດ້າວດົວໄມ້ງອກເງີຍ” (ຮຸ່ງ).

2 ກ. ຍິງ ຢ່າງວ່າ “ປືນຜະຫຼຽງຂື້ນເມື່ອບົນກ້ອງເກື່ອນ” (ກາ).

3 ກ. ພັດ, ໂບກ ຢ່າງວ່າ “ວາໂຢຜະແຫຼງປ່າຕາວແປນກ້ານ” (ກາ).

4 ກ. ແທງ, ຟັນ, ຢ່າງວ່າ”ພູວະນາດຕັ້ງ ຕາວກ້າຜະຫຼຽງ” (ກາ).

5. ຟັນ ຢ່າງວ່າ “ທ້າວບໍ່ຢັ້ງກຳດາບດາຜະຫຼຽງ” (ກາ).

6. ຜ່າ, ທຳລາຍ ຢ່າງວ່າ “ຂໍໃຫ້ຂວານແຕ່ຟ້າ ຜະຫຼຽງເຂົ້າຜ່າຫົວ ຫັ້ນທ້ອນ” (ຜາແດງ).

7 ກ. ໄໝ້ ຢ່າງວ່າ “ຮຽກຊື່ໄຟຜະຫຼຽງໄໝ້ ບາດານພົ້ນຂະໜາດ” (ຮຸ່ງ).

8. ຕົບຕີ ຢ່າງວ່າ “ນາງຮຳແລ້ວມືຜ່າຜະຫຼຽງອົກ” (ກາ).

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!